ພາກທີ 1: ບົດບັນຍັດທົ່ວໄປ ແລະ ວັດທະນະທຳອົງກອນ
ມາດຕາ 1: ຈຸດປະສົງ ແລະ ຂອບເຂດການນຳໃຊ້
- ຄູ່ມືສະບັບນີ້ຈັດຕັ້ງຂຶ້ນເພື່ອເປັນບ່ອນອີງທາງດ້ານກົດລະບຽບ, ສິດຜົນປະໂຫຍດ, ພັນທະ ແລະ ນະໂຍບາຍສະຫວັດດີການຕ່າງໆ ພ້ອມທັງສ້າງຄວາມເປັນເອກະພາບໃນການປະຕິບັດງານ.
- ລະບຽບການສະບັບນີ້ມີຜົນບັງຄັບໃຊ້ຕໍ່ກັບພະນັກງານທຸກລະດັບ, ທຸກຕຳແໜ່ງ ແລະ ທຸກພະແນກການ.
ມາດຕາ 2: ວັດທະນະທຳອົງກອນ (Mindset & Culture)
ພະນັກງານທຸກຄົນຕ້ອງຍຶດໝັ້ນໃນຄ່ານິຍົມຫຼັກຂອງອົງກອນ ເຊິ່ງປະກອບມີ:
- Family Business & Compassionate: ຢູ່ຮ່ວມກັນແບບຄອບຄົວ, ມີຄວາມເຫັນອົກເຫັນໃຈ, ຊ່ວຍເຫຼືອ ແລະ ປົກປ້ອງທີມງານ.
- Be Honest & Service Mind: ມີຄວາມຊື່ສັດ, ຈິງໃຈ ແລະ ມີຈິດໃຈຮັກໃນການບໍລິການ.
- Growth Mindset: ອາຍຸເປັນພຽງຕົວເລກ, ບໍ່ມີວຽກໃດທີ່ຍາກ ມີແຕ່ສິ່ງທີ່ເຮົາຍັງບໍ່ຮູ້. ຕ້ອງພ້ອມຮຽນຮູ້ ແລະ ອາສາຮັບຜິດຊອບໃນສິ່ງທີ່ເຮັດ.
- Positive Thinking & Patience: ການຄິດລົບງ່າຍກວ່າການຄິດບວກ ດັ່ງນັ້ນຕ້ອງຝຶກຝົນຕົນເອງໃຫ້ມີທັດສະນະຄະຕິທີ່ດີ, ມີຄວາມອົດທົນ ແລະ ລໍຖ້າຄວາມສຳເລັດໄດ້. (ຈື່ໄວ້ວ່າ: ເຮົາຈະບໍ່ໄດ້ເງິນຈາກການຢູ່ໃຫ້ດົນ ແຕ່ເຮົາຈະໄດ້ຈາກການປ່ຽນແປງ ແລະ ພັດທະນາຕົນເອງ).
ມາດຕາ 3: ຈັນຍາບັນ ແລະ ຈະລິຍະທຳຂອງບໍລິສັດ
- ຄວາມເປັນທຳ ແລະ ບໍ່ເລືອກປະຕິບັດ: ບໍລິສັດມຸ່ງໝັ້ນໃນການສ້າງສະພາບແວດລ້ອມການເຮັດວຽກທີ່ສະເໝີພາບ.
- ຄວາມສຸດຈະລິດ ແລະ ໂປ່ງໃສ: ພະນັກງານຕ້ອງປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ບໍ່ສະແຫວງຫາຜົນປະໂຫຍດສ່ວນຕົວ.
- ການຮັກສາຄວາມລັບ: ຫ້າມເປີດເຜີຍຂໍ້ມູນລູກຄ້າ, ລະຫັດລະບົບ ຫຼື ຄວາມລັບທາງການຄ້າຂອງບໍລິສັດເດັດຂາດ.
ພາກທີ 2: ການບໍລິຫານບຸກຄົນ, ປະເພດພະນັກງານ ແລະ ເກນອາຍຸງານ
ມາດຕາ 4: ປະເພດພະນັກງານ ແລະ ການຜ່ານງານ
- ພະນັກງານທົດລອງວຽກ: ມີໄລຍະເວລາທົດລອງງານປົກກະຕິ 90 ວັນ (3 ເດືອນ). ອາດພິຈາລະນາຕໍ່ເວລາເພີ່ມເປັນ 6 ເດືອນ (ບໍ່ປັບເງິນເດືອນ). ຫາກບໍ່ຜ່ານງານ ຍົກເລີກການຈ້າງໂດຍບອກລ່ວງໜ້າ 7 ວັນ.
- ພະນັກງານປະຈຳ: ໄດ້ຮັບການບັນຈຸຫຼັງຜ່ານການທົດລອງງານ (ເຊັນສັນຍາ 1 ປີ).
- ເງື່ອນໄຂເອກະສານ: ຫຼັງຜ່ານງານ ຕ້ອງກະກຽມ ໃບຂັບຂີ່ລົດໃຫຍ່ ແລະ ໜັງສືເດີນທາງ (Passport) ໃຫ້ພ້ອມ.
- ເງື່ອນໄຂປະກັນສັງຄົມ (LSSO): ກໍລະນີມີປະສົບການ ຫຼື ມີບັດມາກ່ອນ ຈະໄດ້ຮັບປະກັນສັງຄົມໃນເດືອນທີ 4. ກໍລະນີບໍ່ມີປະສົບການ ຈະໄດ້ຮັບໃນເດືອນທີ 7.
- ພະນັກງານອາວຸໂສ: ມີອາຍຸງານຄົບ 15 ເດືອນຂຶ້ນໄປ. ໄດ້ຮັບສະຫວັດດີການເຕັມຮູບແບບ, ປັບເງິນເດືອນປະຈຳປີ ແລະ ສິດຮັບເງິນປັນຜົນ.
ມາດຕາ 5: ເງິນອຸດໜູນອາຍຸງານ (ຕັດຍອດທຸກວັນທີ 1 ມັງກອນ)
| ອາຍຸງານ |
ເງິນອຸດໜູນ/ເດືອນ |
ໝາຍເຫດ |
| 0 ຫາ 4 ປີ |
0 ກີບ |
ພະນັກງານທົດລອງວຽກ ແລະ ພະນັກງານປະຈຳ |
| 4 ຫາ 5 ປີ |
3,000,000 ກີບ |
ເລີ່ມໄດ້ຮັບເມື່ອສະຖານະປ່ຽນເປັນພະນັກງານອາວຸໂສ |
| 5 ປີ ຂຶ້ນໄປ |
3,000,000 ກີບ |
ພະນັກງານອາວຸໂສ |
| 10 ປີ ຂຶ້ນໄປ |
8,000,000 ກີບ |
ພະນັກງານອາວຸໂສລະດັບບໍລິຫານ |
| 15 ປີ ຂຶ້ນໄປ |
15,000,000 ກີບ |
ພະນັກງານລະດັບອາວຸໂສສູງສຸດ |
ພາກທີ 3: ວັນເວລາເຮັດວຽກ, ລະບຽບການເຂົ້າວຽກ ແລະ ການລາພັກ
ມາດຕາ 6: ເວລາເຮັດວຽກປົກກະຕິ ແລະ ລະບົບການສະຫຼັບກັນພັກວັນເສົາ
- ວັນຈັນ - ວັນສຸກ: 08:00 – 17:00 ໂມງ (ພັກທ່ຽງ: 12:00 – 13:00 ໂມງ).
- ວັນເສົາ: 08:00 – 15:00 ໂມງ.
- ວັນພັກປະຈຳອາທິດ: ວັນອາທິດ.
ລະບົບສະຫຼັບກັນພັກວັນເສົາ (Work-Life Balance): ແບ່ງເປັນ 2 ກຸ່ມ (ກ ແລະ ຂ). ສະຫຼັບກັນມາເຮັດວຽກວັນເສົາ ແບບອາທິດເວັ້ນອາທິດ.
ມາດຕາ 7: ລະບຽບການມາຊ້າ, ກັບກ່ອນ ແລະ ການຂາດວຽກ
- ການເຂົ້າວຽກກາຍ 08:10 ໂມງ ຖືວ່າມາຊ້າ (ແຈ້ງຊ້າສຸດບໍ່ເກີນ 09:30 ໂມງ).
- ມາຊ້າ 3 ຄັ້ງ ຫຼື ກັບກ່ອນ 3 ຄັ້ງ = ຄິດໄລ່ເປັນຂາດວຽກ (ລາກິດ) 1 ມື້.
- ມາດຕະການສຳລັບພະນັກງານໃໝ່: ຂາດ 2 ມື້ ຕັກເຕືອນ / ຂາດ 3 ມື້ ຫັກເງິນເດືອນ ແລະ ອາດພິຈາລະນາບໍ່ຜ່ານວຽກ.
- ມາດຕະການສຳລັບພະນັກງານອາວຸໂສ: ຂາດ 3 ມື້ (ຫັກປັນຜົນ 5%), ຂາດ 4 ມື້ (ຫັກ 10%), ຂາດ 5 ມື້ຂຶ້ນໄປ (ຫັກ 20% ແລະ ພິຈາລະນາກັບໄປທົດລອງວຽກໃໝ່).
ມາດຕາ 8: ວັນລາພັກ ແລະ ຫຼັກເກນການລາພັກວຽກ
| ປະເພດການລາພັກ |
ຈຳນວນວັນອະນຸຍາດ |
ເງື່ອນໄຂການລາ |
| ລາພັກປະຈຳປີ |
15 ວັນ/ປີ |
ແຈ້ງລ່ວງໜ້າ 1 ອາທິດ (ຍົກຍອດໄດ້ 7 ວັນ) |
| ລາກິດ (ວຽກສ່ວນຕົວ) |
6 ວັນ/ປີ |
ສ່ວນທີ່ເກີນຈະຖືກຫັກເງິນເດືອນ |
| ລາເພື່ອສົມລົດ / ລາຈັດງານສົບ |
5 ວັນ |
ຮັບຄ່າແຮງງານປົກກະຕິ |
| ລາບວດ |
7 ວັນ |
ອະນຸຍາດ 1 ຄັ້ງ |
| ລາເກີດລູກ |
105 - 120 ວັນ |
ຮັບຄ່າແຮງງານເຕັມຈຳນວນ |
| ລາພັກເພື່ອຄອບຄົວ |
3 ວັນ/ຄັ້ງ |
ເບິ່ງແຍງຄອບຄົວປ່ວຍ ຫຼື ເມຍເກີດລູກ |
| ລາປ່ວຍ |
ສູງສຸດ 30 ວັນ/ປີ |
ຕ້ອງແນບໃບຢັ້ງຢືນແພດ |
ພາກທີ 4: ຄ່າຕອບແທນ, ສະຫວັດດີການ ແລະ ການພັດທະນາ
ມາດຕາ 9: ການຄິດໄລ່ເງິນເດືອນ ແລະ ການເບີກຈ່າຍ
ບໍລິສັດກຳນົດຈ່າຍເງິນເດືອນໃນທຸກໆ ວັນທີ 25 ຂອງເດືອນ. ບໍລິສັດເປັນຜູ້ຮັບຜິດຊອບຈ່າຍອາກອນລາຍໄດ້ (5%) ແລະ ປະກັນສັງຄົມ (11.5%) ແທນພະນັກງານ.
ມາດຕາ 10: ຄ່າລ່ວງເວລາ (OT), ຄ່າທີ່ພັກ ແລະ ເງິນເບ້ຍລ້ຽງ (Allowance)
| ປະເພດການປະຕິບັດງານ |
ເວລາ |
ອັດຕາຄ່າຕອບແທນ |
| ທີມຊ່າງ (ນະຄອນຫຼວງ) |
ຈັນ-ສຸກ (ຫຼັງ 17:00), ເສົາ (ຫຼັງ 15:00) |
50,000 ກີບ / ກ່ອງ |
| ທຸກພະແນກ (ນະຄອນຫຼວງ) |
ເວລາພັກທ່ຽງ (12:00 - 13:00) |
50,000 ກີບ / ກ່ອງ |
| ທຸກພະແນກ (ກັບຄ່ຳ) |
ຈັນ-ສຸກ (ຫຼັງ 17:20), ເສົາ (ຫຼັງ 15:20) |
30,000 ກີບ / ຊົ່ວໂມງ |
| ທຸກພະແນກ (ຕ່າງແຂວງ) |
ຈັນ-ສຸກ (ຫຼັງ 17:00), ເສົາ (ຫຼັງ 15:00) |
30,000 ກີບ / ຊົ່ວໂມງ |
| ວັນອາທິດ / ພັກລັດຖະການ |
08:00 – 17:00 ໂມງ |
200,000 ກີບ / ມື້ |
| ຄ່າທີ່ພັກ (ຕ່າງແຂວງ) |
200,000 ກີບ / ຄືນ |
| ເບ້ຍລ້ຽງ (ຕ່າງແຂວງ 08:00 – 17:00) |
250,000 ກີບ / ມື້ |
ມາດຕາ 11: ເງິນເປີເຊັນຕິດຕັ້ງ GPS ຂອງຊ່າງເຕັກນິກ
| ປະເພດລຸ້ນ/ວຽກຕິດຕັ້ງ |
ອັດຕາຄ່າຕິດຕັ້ງ |
| GL-WT2, GL-TX5, GL-B2, GL-X3, ຍ້າຍຄັນທຳມະດາ | 15,000 ກີບ/ກໍລະນີ |
| GL-DM3/DM5 (ທຳມະດາ), GL-TX5 (ຕັດສະຕາດ), ຍ້າຍຄັນຕັດສະຕາດ | 20,000 ກີບ/ກໍລະນີ |
| GL-DM3/DM5 (ພາຍໃນ) | 25,000 ກີບ/ກໍລະນີ |
| GL-X3 (ຕິດນໍ້າມັນ) | 30,000 ກີບ/ກໍລະນີ |
| GL-DM3/DM5 (ພາຍນອກ) | 40,000 ກີບ/ກໍລະນີ |
| ເຊັກອຸປະກອນ, ຖອດກ່ອງ, ປ່ຽນກ່ອງ, ປ່ຽນຊິມ | 5,000 ກີບ/ກໍລະນີ |
ມາດຕາ 12: ສ່ວນແບ່ງລາຍຮັບຈາກການຂາຍ (Sales Commission)
| ຈຳນວນເປົ້າໝາຍ (ກ່ອງ) |
ອັດຕາຄອມມິດຊັ່ນ (ກີບ/ກ່ອງ) |
| 10 ກ່ອງ | 20,000 |
| 30 ກ່ອງ | 50,000 |
| 50 ກ່ອງ | 80,000 |
| 100 ກ່ອງ | 100,000 |
| 200 ກ່ອງ | 120,000 |
| 300 ກ່ອງ | 150,000 |
| 500 ກ່ອງ | 200,000 |
| ຮູບແບບການປິດການຂາຍ |
ສ່ວນແບ່ງຜູ້ແນະນຳ/ຜູ້ໃຫ້ລາຍຊື່ |
ສ່ວນແບ່ງພະນັກງານຂາຍ (ເຊວ) |
| ປິດການຂາຍດ້ວຍຕົນເອງ | - | 100% |
| ມີຜູ້ແນະນຳ (Referral) | 50% | 50% |
| ມີຜູ້ໃຫ້ລາຍຊື່ (Leads) | 10% | 90% |
ມາດຕາ 13: ເງິນປັນຜົນປະຈຳໄຕມາດ (Quarterly Commission)
- ອັດຕາການຄິດໄລ່: ຂາຍ GPS Tracking ແລະ ສິນຄ້າກຸ່ມ Sonic ໄດ້ 3%, ຂາຍ POS ແລະ ລາຍຮັບໂຄງການ ໄດ້ 2%, ຄ່າບໍລິການລາຍປີ (Airtime) ໄດ້ 1%.
- ເງື່ອນໄຂ: ຕ້ອງເຮັດວຽກຄົບ 1 ປີຂຶ້ນໄປ (ລວມອາຍຸງານ 15 ເດືອນ) ຈຶ່ງຈະມີສິດເລີ່ມຄິດໄລ່. ຫາກແຈ້ງລາອອກລ່ວງໜ້າ 45 ວັນ ຈະຍັງມີສິດໄດ້ຮັບເງິນປັນຜົນຂອງໄຕມາດກ່ອນໜ້າ.
ມາດຕາ 14 & 15: ສະຫວັດດີການ ແລະ ການຝຶກອົບຮົມ
- ງົບປະມານສ້າງສັນພາຍໃນ (Staff Party): 100,000 ກີບ/ຄົນ/ເດືອນ.
- ສະຫວັດດີການທ່ຽວພັກຜ່ອນປະຈຳປີ: ອາຍຸງານ 15 ເດືອນ ຂຶ້ນໄປ ບໍລິສັດຈ່າຍ 100%. (ຖ້າໄປແລ້ວລາອອກກ່ອນ 45 ວັນ ຕ້ອງຊົດໃຊ້ຄືນ).
- ກວດສຸຂະພາບປະຈຳປີ: ບໍລິສັດຮັບຜິດຊອບ 100% ສຳລັບພະນັກງານທີ່ຜ່ານການທົດລອງວຽກ.
- ການຝຶກອົບຮົມ: ສະໜັບສະໜູນ 100% ສຳລັບຫຼັກສູດໄລຍະສັ້ນ ແລະ 50-80% ສຳລັບໄລຍະຍາວ.
ພາກທີ 5: ລະບຽບວິໄນ ແລະ ການຊົດໃຊ້ຄ່າເສຍຫາຍ
ມາດຕາ 16: ການຕັດສິດເງິນປັນຜົນ ແລະ ມາດຕະການທາງວິໄນ
| ຈຳນວນຄັ້ງທີ່ຜິດພາດ (ໃນ 1 ໄຕມາດ) |
ມາດຕະການ / ການຕັດເງິນປັນຜົນ |
| ຄັ້ງທີ 1 | ແຈ້ງເຕືອນເປັນລາຍລັກອັກສອນ (ບໍ່ຕັດເງິນ) |
| ຄັ້ງທີ 2 | ອອກໃບເຕືອນຄັ້ງທີ 1 (ຕັດ 30% ຂອງຍອດປັນຜົນ) |
| ຄັ້ງທີ 3 | ອອກໃບເຕືອນຄັ້ງທີ 2 (ຕັດ 50% ຂອງຍອດປັນຜົນ) |
| ຄັ້ງທີ 4 | ຕັດປັນຜົນ 100% ແລະ ພິຈາລະນາຜ່ານວຽກໃໝ່ |
| ບໍ່ມີໃບຂັບຂີ່ / ໃບຂັບຂີ່ໝົດອາຍຸ | ຫັກ 30% ຂອງໄຕມາດນັ້ນ |
| ກໍລະນີຮ້າຍແຮງ (ທຸຈະລິດ/ຂໍ້ມູນຮົ່ວໄຫຼ) | ຕັດປັນຜົນ 100% ທັນທີ |
ພາກທີ 6: ການນຳໃຊ້ ແລະ ປົກປັກຮັກສາຊັບສິນ (Fixed Assets)
ມາດຕາ 17: ອັດຕາການຮັບຜິດຊອບເມື່ອຊັບສິນເສຍຫາຍ
| ປະເພດຊັບສິນ |
ບໍລິສັດຮັບຜິດຊອບ |
ພະນັກງານຮັບຜິດຊອບ |
| ພາຫະນະ (ລົດ) | 30% | 70% *(ລົດຖືກລັກຍ້ອນບໍ່ລັອກຄໍ ພະນັກງານຈ່າຍ 100%)* |
| ອຸປະກອນໄອທີ, ໂທລະສັບ, ຄອມພິວເຕີ | 30% | 70% |
| ເຄື່ອງມືຊ່າງ | 30% | 70% |
| ເຟີນີເຈີ, ຈໍ, ປຣິນເຕີ, ໂຕະ, ຕັ່ງ, ຕູ້ | 90% | 10% |
| ການສູນຫາຍດ້ວຍຕົນເອງທຸກກໍລະນີ | 0% | 100% |
ພາກທີ 7: ອັດຕາການຊົດໃຊ້ຄ່າເສຍຫາຍຂອງພະແນກຊ່າງ
ມາດຕາ 18: ອັດຕາການຊົດໃຊ້ຈາກຄວາມປະໝາດ
ກ. ສຳລັບຊ່າງເກົ່າ (ຫັກຈາກເງິນປັນຜົນ):
| ລຳດັບອຸບັດຕິເຫດ |
ອັດຕາທີ່ຕ້ອງຊົດໃຊ້ |
ວິທີການຊົດໃຊ້ຄືນບໍລິສັດ |
| ຄັ້ງທີ 01 | 0% | ຕັກເຕືອນ |
| ຄັ້ງທີ 02 | 20% | ຫັກສູງສຸດບໍ່ເກີນ 50% ຂອງປັນຜົນຕໍ່ໄຕມາດ. |
| ຄັ້ງທີ 03 | 30% | ຫັກສູງສຸດບໍ່ເກີນ 50% ຂອງປັນຜົນຕໍ່ໄຕມາດ. |
| ຄັ້ງທີ 04 ເປັນຕົ້ນໄປ | ສູງສຸດ 30% | ຫັກສູງສຸດບໍ່ເກີນ 50% ຂອງປັນຜົນຕໍ່ໄຕມາດ. |
ຂ. ສຳລັບຊ່າງໃໝ່ (ຫັກຈາກເງິນເດືອນ):
| ລຳດັບອຸບັດຕິເຫດ |
ອັດຕາທີ່ຕ້ອງຊົດໃຊ້ |
ວິທີການຊົດໃຊ້ຄືນບໍລິສັດ |
| ຄັ້ງທີ 01 | 0% | ຕັກເຕືອນ |
| ຄັ້ງທີ 02 | 20% | ຫັກເງິນເດືອນ 3 ງວດ (ບໍ່ເກີນ 30%/ເດືອນ). |
| ຄັ້ງທີ 03 | 30% | ຫັກເງິນເດືອນ 3 ງວດ (ບໍ່ເກີນ 30%/ເດືອນ). |
| ຄັ້ງທີ 04 ເປັນຕົ້ນໄປ | ສູງສຸດ 30% | ຫັກເງິນເດືອນ 3 ງວດ (ບໍ່ເກີນ 30%/ເດືອນ). |
Edge Cases: ກໍລະນີລົດລຸ້ນໃໝ່ (EV / Hybrid) ທີ່ຊ່າງຍັງບໍ່ເຄີຍມີປະສົບການ ຖືເປັນ "ກໍລະນີສຶກສາ (Case Study)". ບໍລິສັດຍົກເວັ້ນການຊົດໃຊ້ 100% ຈົນຮອດທ້າຍປີ 2026.
ພາກທີ 8: ນະໂຍບາຍສຳລັບທີມບໍລິຫານ
ມາດຕາ 19: ກອງທຶນສະສົມໄລຍະຍາວ (Trade)
| ລາຍການ |
ລາຍລະອຽດ / ຈຳນວນເງິນ |
| ເງິນທຶນຕັ້ງຕົ້ນ (ຈາກບໍລິສັດ) | $2,500 (ເທົ່າກັບ 1 ໜ່ວຍລົງທຶນ) |
| ເງິນສົມທົບ (ຈາກທີມບໍລິຫານ) | $5 ຕໍ່ເດືອນ (ໂອນທຸກວັນທີ 25) |
| ອາຍຸສັນຍາ | 10 ປີ (ຫ້າມຖອນກຳໄລ ຫຼື ເງິນທຶນເດັດຂາດ) |
| ການຄືນທຶນ (ເມື່ອຄົບ 10 ປີ) | ຄືນທຶນ $2,500 ໃຫ້ບໍລິສັດກ່ອນ, ທີ່ເຫຼືອແບ່ງໃຫ້ຜູ້ຮ່ວມລົງທຶນ |
Edge Cases: ຫາກພອດແຕກ ຜູ້ຮ່ວມລົງທຶນບໍ່ມີພັນທະຕ້ອງຊົດໃຊ້ເງິນ $2,500 ຄືນ. ຖ້າລາອອກກ່ອນ 10 ປີ ຈະໄດ້ຮັບຄືນສະເພາະເງິນ $5/ເດືອນ ທີ່ຕົນເອງສົມທົບ.
ພາກທີ 9: ການພົ້ນສະພາບການເປັນພະນັກງານ
ມາດຕາ 20: ການພົ້ນສະພາບໂດຍບໍ່ມີສິດຮັບຄ່າຊົດເຊີຍ
ພະນັກງານທີ່ພົ້ນສະພາບຈາກບໍລິສັດໃນກໍລະນີດັ່ງຕໍ່ໄປນີ້ ຈະບໍ່ມີສິດໄດ້ຮັບເງິນຄ່າຊົດເຊີຍໃດໆທັງສິ້ນ:
- ພະນັກງານຍື່ນໃບລາອອກເອງຕາມຄວາມປະສົງ.
- ບໍ່ຜ່ານການປະເມີນໃນໄລຍະທົດລອງວຽກ.
- ຖືກເລີກຈ້າງຍ້ອນກະທຳຜິດວິໄນຮ້າຍແຮງ ຫຼື ທຸຈະລິດສ້າງຄວາມເສຍຫາຍແກ່ບໍລິສັດ.